06/08/2026
ເສື່ອງາມ
ຮ້ານ KJ ໃບແກ້ວ ເສື່ອນອນ _ ລາຄາຖືກ
ບ້ານດົງສ້າງຫີນ (ຫຼັກ15) ໃກ້ໆ ດອນໜູນ & ເດີ່ນກິລາ
ເມືອງໄຊທານີ
ນະຄອນຫຼວງວຽງຈັນ
020 - 55820695
020 - 54586137
06/08/2026
ເສື່ອງາມ
#ພາລາແທ້
25/07/2026
> ຕຽງລາຄາໂປຣໂມຊັ່ນ ພຽງແຕ່ສອງລ້ານຫ້າ 85,000 ກີບ
> ເສື່ອນອນພາຣາແທ້ຖືກໆ 2 ລ້ານປາຍໆ, ຄ້ຳປະກັນຄຸນນະພາບ 10 ກວ່າປີ
> ສົ່ງຟຣີໃນໄລຍະ 10 ກິໂລ + ຝາກຟຣີ
> ແຖມ 10 ຢ່າງ
> ມີປາຍທາງທົ່ວລາວ
ສົນໃຈ, ທັກຂໍລາຍລະອຽດໄດ້ເດີ, ລູກຄ້າ
23/07/2026
ຕຽງພ້ອມເສື່ອຮຸ່ນນີ້, ລູກຄ້າຢາກໄດ້ລາຄາທໍ່ໃດ ພ້ອມສົ່ງເລີຍ?
150×200
#ສົ່ງຟຣີໃນນະຄອນຫຼວງເຂດໃກ້ຄຽງ
#ປາຍທາງໄດ້
ລົດຢຽບສົດໆຮ້ອນໆ ເພື່ອພິສູດເສື່ອນອນພາຣາແທ້ Top Latex
ຢຽບແທ້ຢຽບສົດໃຊ້ນ້ຳໜັກລົດວີໂກ້ພິສູດຄວາມແທ້ຄວາມທົນຂອງເສື່ອພາຣາ Top Latex
03/05/2026
ຄົນລາວດຸໝັ່ນ !
📢 ຢຸດຕີກາວ່າຄົນລາວ "ຂີ້ຄ້ານ" ເພື່ອເປັນຂໍ້ອ້າງ "ກົດຄ່າແຮງ"! 💸🔥
ເຫັນຫຼາຍແລ້ວທີ່ນາຍທຶນບາງກຸ່ມມັກຈົ່ມວ່າ: "ຈ້າງຄົນລາວບໍ່ຄຸ້ມ, ຄົນລາວຂີ້ຄ້ານ, ວິນັຍບໍ່ມີ..." ແລ້ວກໍ່ໃຊ້ເປັນຂໍ້ອ້າງໃນການນຳເຂົ້າແຮງງານຕ່າງຊາດ ຫຼື ປະຕິເສດການປັບຂຶ້ນຄ່າແຮງທີ່ຍຸດຕິທຳ.
ຂໍຖາມຄືນຈັກຄຳ... ຖ້າຄົນລາວຂີ້ຄ້ານແທ້:
📍 ເປັນຫຍັງຄົນລາວຢູ່ "ໄທ" ຄືເຮັດວຽກຈົນນາຍທຶນຍົກຍ້ອງ?
ເຂົາເຈົ້າເຮັດວຽກໜັກ, ຕາກແດດຕາກຝົນ, ເຮັດວຽກທີ່ຄົນທ້ອງຖິ່ນບໍ່ເຮັດ. ເພາະຫຍັງ? ເພາະ "ຄ່າຕອບແທນ" ມັນກຸ້ມຄ່າ, ມັນປ່ຽນຊີວິດເຂົາເຈົ້າໄດ້!
📍 ເປັນຫຍັງຄົນລາວຢູ່ "ເກົາຫຼີ" ຄືສູ້ຕາຍ?
ເຮັດວຽກໃນໂຮງງານ 10-12 ຊົ່ວໂມງ, ຢູ່ໃຕ້ຄວາມກົດດັນສູງ. ເພາະຫຍັງ? ເພາະ "ເງິນເດືອນ" ມັນເຮັດໃຫ້ເຂົາເຈົ້າມີເຮືອນ, ມີລົດ, ມີອະນາຄົດໃຫ້ລູກຫຼານ!
⚠️ ຄວາມຈິງທີ່ນາຍທຶນບໍ່ຢາກເວົ້າ:
ບໍ່ມີໃຜ "ຂີ້ຄ້ານ" ຖ້າເຮັດວຽກແລ້ວເຫັນເງິນກຸ້ມກິນ. ແຕ່ທີ່ຈະໃຫ້ຂະຫຍັນ "ຂັ້ນລ້ານ" ໃນຄ່າແຮງ "ຂັ້ນສິບ" ທີ່ຊື້ເຂົ້າສານບໍ່ພໍເດືອນ... ອັນນັ້ນບໍ່ແມ່ນຄວາມຂະຫຍັນ, ອັນນັ້ນຄືການ "ຖືກເອົາປຽບ"!
💡 "ຄົນເຮົາຈະທຸ່ມເທຕາມລະດັບຄວາມຍຸດຕິທຳທີ່ໄດ້ຮັບ"
ນາຍທຶນຢາກໄດ້ກຳໄລ, ກຳມະກອນກໍ່ຢາກຢູ່ລອດ. ຖ້າທ່ານຍັງໃຊ້ຄຳວ່າ "ຂີ້ຄ້ານ" ມາເປັນກຳແພງກົດຄ່າແຮງໃນຍຸກທີ່ເງິນເຟີ້ປານຈະຫຼວດແບບນີ້... ສຸດທ້າຍຄົນເກັ່ງໆກໍ່ຈະໜີໄປຕ່າງປະເທດໝົດ, ເຫຼືອໄວ້ແຕ່ໂຮງງານວ່າງເປົ່າ ແລະ ຄຳຈົ່ມທີ່ບໍ່ມີໃຜຟັງ.
🛑 ຢຸດໂຍນຄວາມຜິດໃຫ້ກຳມະກອນ ແລ້ວຫັນມາເບິ່ງ "ຄ່າຈ້າງ" ທີ່ສົມເຫດສົມຜົນກ່ອນ!
#ຄົນລາວບໍ່ໄດ້ຂີ້ຄ້ານ #ຄ່າແຮງງານຕ້ອງເປັນທຳ #ຢຸດເອົາປຽບແຮງງານ #ເສດຖະກິດລາວ #ແຮງງານລາວໃນໄທ #ແຮງງານລາວໃນເກົາຫຼີ